SlideShare ist ein Scribd-Unternehmen logo
1 von 27
ຕອບຄຳຖາມຄົ້ນຄວ້າວິຊາການເງິນຂັ້ນສູງປະຈຳສົກສຶກສາ 2010-2011(ສຳລັບການສອບເສັງປະມວນຄວາມຮູ້ຂອງໝວດວິຊາການເງິນ)
,[object Object]
ຄຳຖາມຂໍ້ທີ 1: ຮູບແບບຂອງທຸລະກິດຢູ່ລາວມີອັນໃດແດ່? (ອະທິບາຍ).ຄຳຕອບ: ກົດໝາຍທຸລະກິດຂອງລາວໄດ້ລະບຸວ່າ “ອົງກອນທຸລະກິດຂອງເອກະຊົນສາມາດຈັດຕັ້ງຂຶ້ນໄດ້ພາຍໃຕ້ 2 ຮູບແບບຄື: ວິສະຫະກິດສ່ວນບຸກຄົນ ແລະ ບໍລິສັດ (ບໍລິສັດຈຳກັດ, ບໍລິສັດຫຸ້ນສ່ວນ ແລະ ບໍລິສັດມະຫາຊົນ)”.
,[object Object],ວິສະຫະກິດສ່ວນບຸກຄົນ ແມ່ນຫົວໜ່ວຍທຸລະກິດທີ່ມີທຶນຈົດທະບຽນແຕ່ 1.000.000 ກີບຂຶ້ນໄປ ເຊິ່ງບຸກຄົນຜູ້ດຽວເປັນຜູ້ສ້າງຕັ້ງຂຶ້ນ ແລະ ຮັບຜິດຊອບຕໍ່ໜີ້ສິນທັງໝົດແຕ່ພຽງຜູ້ດຽວພ້ອມທັງເຄື່ອນໄຫວທຸລະກິດໃນນາມສ່ວນຕົວຂອງເຈົ້າຂອງວິສະຫະກິດເອງ.
,[object Object]
ບໍລິສັດຈຳກັດ.ບໍລິສັດຈຳກັດແມ່ນຮູບແບບໜຶ່ງຂອງບໍລິສັດທີ່ສ້າງຕັ້ງຂຶ້ນດ້ວຍຮູບການແບ່ງທຶນເປັນຮຸ້ນ, ແຕ່ລະຮຸ້ນມີມູນຄ່າເທົ່າກັນ, ໂດຍມີຜູ້ຖືຮຸ້ນໃນການເລີ່ມກໍ່ຕັ້ງບໍລິສັດນັບຕັ້ງແຕ່ສອງຄົນຂຶ້ນໄປແຕ່ບໍ່ເກີນ 20 ຄົນ.
,[object Object],ບໍລິສັດຮຸ້ນສ່ວນແມ່ນຮູບແບບໜຶ່ງຂອງບໍລິສັດທີ່ສ້າງຕັ້ງຂຶ້ນໂດຍອີງໃສ່ຄວາມເຊື່ອໝັ້ນເຊິ່ງກັນແລະກັນລະຫວ່າງຂາຮຸ້ນດ້ວຍກັນ, ເຊິ່ງຂາຮຸ້ນຂອງບໍລິສັດຮຸ້ນສ່ວນນັ້ນສ່ວນຫຼາຍຈະເປັນຍາດຕິພີ່ນ້ອງ, ເພື່ອນມິດທີ່ສະໜິດສະໜົມກັນມີຄວາມຈິງໃຈຮ່ວມກັນລົງທຶນ, ພ້ອມກັນຮັບ ຜິດຊອບຕໍ່ຄວາມສ່ຽງທີ່ອາດຈະເກີດຂຶ້ນໃນບໍລິສັດ.
,[object Object],ບໍລິສັດມະຫາຊົນແມ່ນຮູບແບບໜຶ່ງຂອງບໍລິສັດທີ່ມີຜູ້ຖືຮຸ້ນຈຳນວນຫຼາຍ, ຂາຮຸ້ນແຕ່ລະ ຄົນມີຄວາມຮັບຜິດຊອບຕໍ່ໜີ້ສິນບໍ່ເກີນມູນຄ່າຂອງຫຸ້ນທີ່ຕົນເອງມີຢູ່ໃນບໍລິສັດ.
,[object Object],ຄຳຕອບ: ເຫດຜົນສຳຄັນທີ່ທຸລະກິດພະຍາຍາມເຮັດໃຫ້ຮຸ້ນສາມັນມີມູນຄ່າສູງສຸດນັ້ນແມ່ນ ອາດຈະເວົ້າໄດ້ວ່າຮຸ້ນສາມັນ (Common Stock) ເປັນຮຸ້ນທີ່ເຫຼືອຈາກການຫັກປັນຜົນຮຸ້ນບູລິມະສິດ (Preferred Stock), ໝາຍເຖິງວ່າເປັນສ່ວນທີ່ຕ້ອງແບ່ງປັນຜົນໃຫ້ກັບບັນດາຜູ້ທີ່ຖືຫຸ້ນສາມັນໄວ້ໃນກຳມື, ຖ້າຫາກມູນຄ່າຮຸ້ນສາມັນສູງ (ບໍລິສັດມີລາຍຮັບຫຼາຍ) ກໍ່ເປັນແຮງຜັກດັນໃຫ້ພະນັກງານ ຫຼື ຜູ້ບໍລິຫານມີຄວາມກະຕືລືລົ້ນ ແລະ ເອົາໃຈໃສ່ກັບວຽກຫຼາຍຂຶ້ນ, ຕະຫຼອດຮອດເປັນແຮງດຶງດູດໃຫ້ບັນດານັກລົງທຶນສົນໃຈຢາກຈະມາຮ່ວມລົງທຶນ.
,[object Object],ຄຳຕອບ: ບັນຫາຕົວແທນ (Agency Problem) ເກີດຂຶ້ນມາຈາກຄວາມຂັດແຍ້ງທາງດ້ານຜົນປະໂຫຍດລະຫວ່າງຜູ້ບໍລິຫານ, ຜູ້ຖືຮຸ້ນ ແລະ ເຈົ້າໜີ້ເນື່ອງຈາກແຕ່ລະຝ່າຍມີຄວາມຕ້ອງ ການ ແລະ ມີເປົ້າໝາຍທີ່ແຕກຕ່າງກັນ.
,[object Object],ຄຳ​ຕອບ: ​ໃນ​ຄວາມ​ເປັນ​ຈິງ​ນັ້ນ​ກໍ່​ມີ​ຫຼາຍ​ທິດ​ສະ​ດີ​ທີ່​ອະທິ​ບາຍ​ເຖິງ​ອັດຕາ​ດອກ​ເບ້ຍແຕ່​ໃນ​ທີ່​ນີ້​ຈະ​ຍົກ​ເອົາ​ພຽງ 3 ທິດ​ສະ​ດີ​ສຳຄັນ​ທີ່​ນັກ​ເສດຖະສາດ​ມັກ​ນຳ​ໃຊ້​ໄດ້​ແກ່:
,[object Object]
Liquidity-Preference Theory.
Expectation Theory.
Market Segmentation Theory.ທິດ​ສະ​ດີ​ນີ້​ມີ​ແນວ​ຄິດ​ທີ່​ວ່າ ຜູ້​ໃຫ້​ກູ້ ແລະ ຜູ້​ກູ້ ແຕ່ລະຄົນ​ມີ​ໄລຍະ​ເວລາ​ທີ່​ຕ້ອງການ​ປະຢັດ ຫຼື ລົງທຶນ​ໂດຍ​ພື້ນຖານຄວາມຕ້ອງການ​ໃຊ້​ເງິນ​ແຕກ​ຕ່າງ​ກັນ.
,[object Object],ໃນ​ແງ່​ຂອງ​ຜູ້​ປະຢັດ ຫຼື ຜູ້​ເກັບ​ສະ​ສົມເງິນ​ເພື່ອ​ການ​ລົງທຶນ, ດອກ​ເບ້ຍ​ກໍ່​ຄື​ຜົນ​ຕອບ​ແທນ​ໃນ​ການ​ລົງທຶນ​ເຊິ່ງມີ​ແນວ​ຄິດ​ທີ່​ວ່າ: ອັດຕາ​ຜົນ​ຕອບ​ແທນ​ສຳລັບ​ການ​ລົງທຶນ​ໃນ​ໄລຍະ​ຍາວ​ຈະ​ສູງ​ກວ່າ​ອັດຕາ​ຜົນ​ຕອບ​ແທນ​ຈາກ​ການ​ລົງທຶນ​ໃນ​ຫຼັກ​ຊັບ​ໄລຍະ​ສັ້ນ ດ້ວຍ​ເຫດຜົນ 2 ປະການ​ຄື:
,[object Object]
ຜູ້​ກູ້​ສ່ວນ​ໃຫຍ່​ມັກ​ກູ້​ຢືມ​ໄລຍະ​ຍາວ.
Expectation Theory.ທິດ​ສະ​ດີ​ນີ້​ກ່າວ​ເຖິງ​ແນວ​ຄວາມ​ຄິດ​ທີ່​ວ່າ​ລັກສະນະ​ຂອງ​ເສັ້ນ Yield Curve ຂຶ້ນ​ກັບ​ການ​ຄາດ​ຄະ​ເນ​ອັດຕາ​ເງິນ​ເຟີ້​ທີ່​ເກີດ​ຂຶ້ນ.
,[object Object],ຄຳຕອບ: ທິດສະດີນະໂຍບາຍການຈ່າຍເງິນປັນຜົນ (Dividend Policy) ມີ 3 ວິທີ​ຄື:
,[object Object]
The Bird-in-Hand Theory:​ ເປັນ​ແນວ​ຄິດ​ທີ່​ວ່າ​ເງິນ​ໃນ​ປັດຈຸບັນ​ມີຄ່າ​ຫຼາຍ​ກວ່າ​ເງິນ​ໃນ​ອະນາຄົດ ​ແລະ ຜູ້​ຖື​ຮຸ້ນ​ກໍ່​ມັກ​ຄວາມ​ແນ່ນອນ​ໃນ​ວັນ​ນີ້ຫຼາຍ​ກວ່າ​ຄວາມ​ຄາດ​ຫວັງ​ທີ່​ດີ​ໃນ​ວັນ​ໜ້າ. ສະ​ນັ້ນ ຖ້າ​ຮຸ້ນ​ຕົວ​ໃດ​ທີ່​ຈ່າຍ​ເງິນ​ປັນ​ຜົນ​ຫຼາຍລາຄາ​ຫຸ້ນ​ກໍ່​ຈະ​ສູງ​ຂຶ້ນ​ຕາມ​ໄປ​ນຳ.
The Tax Preference Theory:​ ເປັນ​ແນວ​ຄວາມ​ຄິດ​ທີ່​ເນັ້ນ​ອະນາຄົດ​ຂ້າງ​ໜ້າ ​ໂດຍ​ເຊື່ອ​ໃນ​ກຳ​ໄລ​ຈາກ​ການ​ຂາຍ​ຫຸ້ນ​ໃນ​ອະນາຄົດ ​ແລະ ຕົນ​ເອງ​ກໍ່​ບໍ່​ຈຳ​ເປັນ​ຕ້ອງ​​ເສຍ​ພາສີ​ນຳ​ອີກ.
ຄຳຖາມຂໍ້ທີ 6: Yield Curve ​ແມ່ນ​ຫຍັງ?ຄຳ​ຕອບ: ​ເປັນກຣາຟທີ່​ສະ​ແດງ​ໃຫ້​ເຫັນ​ຄວາມ​ສຳພັນ​ລະຫວ່າງອັດຕາ​ຜົນ​ຕອບ​ແທນ​ (Yield to Maturity) ກັບ​ອາຍຸ​ຄົບ​ກຳນົດ​ໄຖ່​ຖອນ​ຂອງ​ຮຸ້ນ​ກູ້.
,[object Object],ຄຳ​ຕອບ: ການ​ກູ້​ເງິນ​ມາ​ລົງທຶນ​ນັ້ນຈະ​ເຮັດ​ໃຫ້​ບໍລິສັດ​ມີຄ່າ​ໃຊ້​ຈ່າຍ​ບາງ​ສ່ວນໜ້ອຍ​ລົງ, ​ເນື່ອງ​ຈາກ​ດອກ​ເບ້ຍ​ຈາກ​ເງິນ​ກູ້​ນັ້ນສາມາດ​ນຳ​ມາ​ໃຊ້​ໃນການ​ຫັກກຳ​ໄລ​ຈາກ​ການ​ດຳ​ເນີນ​ງານ​ໄດ້, ​ເຊິ່ງຈະ​ເຮັດ​ໃຫ້​ບໍລິສັດ​ມີ​ລາຍ​ໄດ້ເພື່ອນຳໄປຄຳນວນເສຍພາສີທີ່ໜ້ອຍລົງ ແລະ ຍັງໃຫ້ຄ່າກຳໄລຕໍ່ຫຸ້ນລວມທັງຄ່າຄາດຫວັງຂອງຜົນຕອບແທນທີ່ຈະໄດ້ຮັບໃນສ່ວນຂອງເຈົ້າຂອງມີຄ່າສູງຫຼາຍຂຶ້ນກວ່າການດຳເນີນງານທີ່ບໍ່ແມ່ນເງິນກູ້ອີກດ້ວຍ. ແຕ່ເງິນກູ້ທີ່ກູ້ມານັ້ນຈະເຮັດໃຫ້ກິດຈະການມີລະດັບອັດຕາໜີ້ສິນຕໍ່ຊັບສິນເພີ່ມຂຶ້ນ, ເຊິ່ງໝາຍເຖິງຄວາມສ່ຽງກໍ່ຈະເພີ່ມຂຶ້ນເຊັ່ນກັນ.
,[object Object]
ເງິນກູ້ໄຍະຍາວມາຈາກໜີ້ໄລຍະຍາວເຊິ່ງລວມມີທັງຮຸ້ນກູ້ ແລະ ພັນທະບັດ, ຫຸ້ນບູລິມະສິດ, ຫຸ້ນສາມັນ ແລະ ກຳໄລສະສົມ.
ຄຳຖາມຂໍ້ທີ 8: IPO ມີຄວາມໝາຍວ່າແນວໃດ?ຄຳຕອບ: IPO ຫຍໍ້ມາຈາກຄຳວ່າ Initial Public Offering ໝາຍເຖິງການສະເໜີຂາຍຫຸ້ນໃໝ່ໃຫ້ແກ່ປະຊາຊົນທົ່ວໄປເປັນຄັ້ງທຳອິດ, ການທີ່ຈະມີຫຸ້ນ ໄອພີໂອ ສະເໜີຂາຍຫຼືບໍ່ນັ້ນຂຶ້ນຢູ່ກັບວ່າບໍລິສັດເບິ່ງຫາແຫຼ່ງເງິນທຶນ (ທີ່ນອກເໜືອຈາກເງິນກູ້) ເພື່ອຂະຫຍາຍກິດຈະການຫຼື ບໍ່. ຖ້າບໍລິສັດຕ້ອງການເງິນທຶນ ແລະ ກະຈາຍການຖືຄອງຫຸ້ນໃຫ້ແກ່ປະຊາຊົນກໍ່ສາມາດນຳຫຸ້ນຂອງຕົນອອກສະເໜີຂາຍໄດ້, ໂດຍຈະເຮັດຜ່ານບໍລິສັດຫຼັກຊັບທີ່ຮັບເປັນຜູ້ຈັດຈຳໜ່າຍຫຼັກຊັບ.
,[object Object],ຄຳຕອບ: ຄວາມສ່ຽງຂອງ Portfolio ມີຢູ່ 2 ປະເພດຄື: ຄວາມສ່ຽງທີ່ສາມາດຫຼີກລ່ຽງໄດ້ (Diversifiable Risk) ແລະ ຄວາມສ່ຽງທີ່ບໍ່ສາມາດຫຼີກລ່ຽງໄດ້ (Non-diversifiable Risk).
,[object Object]
ຄວາມສ່ຽງທີ່ບໍ່ສາມາດຫຼີກລ່ຽງໄດ້: ໝາຍເຖິງຄວາມສ່ຽງທີ່ບໍ່ສາມາດຫຼີກລ່ຽງໄດ້ເຖິງ ແມ່ນວ່າຈະຖືຫຼັກຊັບຫຼາຍໆຕົວໄວ້ກໍ່ຕາມ.
ຄຳຖາມຂໍ້ທີ 10: Marketing Risk  ແຕກຕ່າງກັບ Business  Risk  ແນວໃດ?ຄຳຕອບ: Marketing Risk ເປັນຄວາມສ່ຽງໃນການລົງທຶນອັນເນື່ອງມາຈາກຕະຫຼາດເຊິ່ງ
ຖືວ່າເປັນຄວາມສ່ຽງທີ່ບໍ່ສາມາດຫຼີກລ່ຽງໄດ້ເຖິງແມ່ນວ່າຈະທຳການລົງທຶນໃນຫຸ້ນຫຼາຍໆຕົວກໍ່ ຕາມເພາະວ່າເປັນຄວາມສ່ຽງອັນເນື່ອງມາຈາກຕົວລະບົບ (Systematic Risk). ສ່ວນ Business Risk ເປັນຄວາມສ່ຽງອັນເນື່ອງມາຈາກການດຳເນີນງານຂອງອົງກອນ ຫຼື ເປັນ ຄວາມສ່ຽງທີ່ບໍ່ໄດ້ເກີດມາຈາກຕົວລະບົບ (Unsystematic Risk).
,[object Object],ຕອບ: CAPM ເປັນແບບຈຳລອງທີ່ພັດທະນາຂຶ້ນໂດຍທ່ານ William Sharpe ດ້ວຍແນວຄວາມຄິດທີ່ວ່າ: ອັດຕາຜົນຕອບແທນຈາກຫຼັກຊັບຂອງຫຸ້ນສາມັນຕົວໃດຕົວໜຶ່ງຈະເທົ່າກັບອັດຕາຜົນຕອບແທນທີ່ບໍ່ມີຄວາມສ່ຽງບວກກັບອັດຕາຜົນຕອບແທນທີ່ຕ້ອງການເພີ່ມຂຶ້ນ, ເພື່ອຊົດເຊີຍກັບຄວາມສ່ຽງທີ່ເພີ່ມຂຶ້ນ, ເຊິ່ງຄວາມສ່ຽງທີ່ເພີ່ມຂຶ້ນນັ້ນຈະໝາຍເຖິງຄວາມສ່ຽງທີ່ຍັງຄົງເຫຼືອຢູ່ຫຼັງຈາກການຈັດຄວາມສ່ຽງບາງສ່ວນອອກໄປແລ້ວ.
ມີສູດຄື: Ki = Krf + (KM - Krf) βi
,[object Object],ຄຳຕອບ: ເພາະວ່າຄ່າໃຊ້ຈ່າຍທີ່ຖືກຈ່າຍອອກໄປແທ້ໃນແຕ່ລະປີມີພຽງຕົ້ນທຶນ ຫຼື ຄ່າໃຊ້ຈ່າຍໃນການດຳເນີນງານ ແລະ ພາສີເງິນໄດ້ເທົ່ານັ້ນ, ສ່ວນຄ່າຫຼຸ້ຍຫ້ຽນໃນລັກສະນະຕ່າງໆເປັນພຽງການຄິດໄລ່ຕາມບັນຊີ (ທີ່ເຮັດໃຫ້ທຸລະກິດຈ່າຍພາສີເງິນໄດ້ໜ້ອຍລົງ) ບໍ່ແມ່ນຄ່າໃຊ້ຈ່າຍທີ່ເສຍໄປແທ້.
,[object Object]
ຄຳຕອບ: ອີງຕາມສູດ t=1nCFt(1+r)t-I0 ເຫັນໄດ້ວ່າເມື່ອອັດຕາສ່ວນຫຼຸດ (r) ເພີ່ມສູງຂຶ້ນ ຈະເຮັດໃຫ້ມູນຄ່າປັດຈຸບັນສຸດທິ (NPV) ຂອງເງິນຫຼຸດລົງ. ໂດຍທົ່ວໄປໂຄງການທີ່ມີຄວາມ ສ່ຽງສູງຍ່ອມຈະໃຫ້ຜົນຕອບແທນສູງ ຖ້າຫາກປະເມີນຜົນໂຄງການໂດຍ NPV ກໍ່ໝາຍ ຄວາມວ່າເພິ່ນຈະກຳນົດ Discount Rate ຕ່ຳ.
ຄຳຖາມຂໍ້ທີ 14: PB, DPB, NPV, IRR, MIRR ແມ່ນຫຍັງ? ນຳໄປໃຊ້ປະໂຫຍດ ແນວໃດ?ຕອບ: ທັງ 5 ວິທີນີ້ເປັນເລື່ອງຂອງການປະເມີນໂຄງການລົງທຶນ (Capital Budgeting Decision Rules) ເຊິ່ງສາມາດນຳໄປໃຊ້ປະໂຫຍດໃນການຕັດສິນໃຈໃນການລົງທຶນຂອງອົງ ກອນ, ເນື່ອງຈາກອົງກອນມີຊັບພະຍາກອນທີ່ຈຳກັດ, ບໍ່ສາມາດເຮັດການລົງທຶນໃນທຸກເລື່ອງ ໄດ້, ເຮັດໃຫ້ອົງກອນຈຳເປັນຕ້ອງເລືອກລົງທຶນໃນໂຄງການທີ່ໃຫ້ຜົນປະໂຫຍດທີ່ດີທີ່ສຸດເທົ່າ ນັ້ນ, ເຊິ່ງປົກກະຕິການລົງທຶນທີ່ດີນັ້ນຈະຕ້ອງໃຫ້ຜົນປະໂຫຍດທີ່ຫຼາຍກວ່າເງິນທີ່ໄດ້ລົງທຶນໄປ ແລະ ໂຄງການນັ້ນຈະຕ້ອງໄດ້ຮັບຜົນປະໂຫຍດກັບຄືນຫຼາຍກວ່າຕົ້ນທຶນຂອງເງິນ (Cost of Capital)  ທີ່ລົງທຶນໄປໃນໂຄງການນັ້ນ.
,[object Object],ຄຳຕອບ: Kwacc ແມ່ນຕົ້ນ​ທຶນ​ເງິນ​ທຶນ​ສະ​ເລ່ຍ ຫຼື ຕົ້ນທຶນເງິນທຶນ. ເພິ່ນໃຊ້ມັນເປັນເກນ ໃນການຕັດສິນໃຈເລືອກໂຄງສ້າງເງິນທຶນທີ່ເໝາະສົມ, ເຊິ່ງຕົ້ນທຶນເງິນທຶນນີ້ໃຊ້ປະໂຫຍດ ກ່ຽວກັບການຕັດສິນໃຈລົງທຶນໃນຊັບສົມບັດຄົງທີ່, ການຕັດສິນໃຈເຊົ່າຊັບສິນໂດຍມີສັນຍາ ເຊົ່າໄລຍະຍາວ, ຕະຫຼອດຮອດການຕັດສິນໃຈກ່ຽວກັບການອອກຮຸ້ນກູ້ໃໝ່ທົດແທນຮຸ້ນກູ້ເດີມ.
,[object Object]
ຄຳຕອບ: ອັດຕາສ່ວນທາງການເງິນທີ່ສຳຄັນມີ 5 ປະເພດຄື:
ອັດຕາສ່ວນວິເຄາະຄວາມຄ່ອງຕົວທາງການເງິນ.ແມ່ນອັດຕາສ່ວນທີ່ໃຊ້ວັດຄວາມສາມາດໃນການຊຳລະໜີ້ໄລຍະສັ້ນຂອງບໍລິສັດ ຫຼື ເວົ້າ ອີກຢ່າງນຶ່ງວ່າ: ເມື່ອໜີ້ສິນໄລຍະສັ້ນເຖິງກຳນົດໄລຍະຊຳລະໜີ້ແລ້ວທຸລະກິດຈະສາມາດມີ ຊັບສິນໝູນວຽນເພື່ອຊຳລະໜີ້ສິນໝູນວຽນໄດ້ທັນທີ ຫຼື ບໍ່.
,[object Object],ແມ່ນອັດຕາສ່ວນທີ່ສະແດງເຖິງປະສິດທິພາບໃນການໃຊ້ຊັບສິນຂອງບໍລິສັດ, ອັດຕາສ່ວນ ກຸ່ມນີ້ເປັນອັດຕາສ່ວນລະຫວ່າງຍອດຂາຍກັບລາຍການລົງທຶນໃນຊັບສິນຕ່າງໆແຕ່ລະລາຍ ການຕາມທີ່ຕ້ອງການວິເຄາະ.
,[object Object],ຄືອັດຕາສ່ວນທີ່ໃຊ້ວັດແທກຄວາມສາມາດໃນການຊໍາລະໜີ້ສິນຂອງທຸລະກິດ ເຊິ່ງເປັນ ການວິເຄາະສະພາບຄ່ອງໃນໄລຍະຍາວຂອງທຸລະກິດ.
,[object Object],ຄືອັດຕາສ່ວນທີ່ໃຊ້ວັດແທກເຖິງປະສິດທິພາບໃນການບໍລິຫານງານຂອງທຸລະກິດວ່າສາ ມາດດຳເນີນງານເພື່ອໃຫ້ທຸລະກິດບັນລຸເປົ້າໝາຍໄດ້ສ່ຳໃດ.
,[object Object],ເປັນອັດຕາສ່ວນທີ່ຊີ້ໃຫ້ຜູ້ບໍລິຫານເຫັນວ່າ: ຜົນການບໍລິຫານງານຂອງບໍລິສັດໃນໄລຍະທີ່ ຜ່ານມານັ້ນເປັນແນວໃດ ແລະ ໃນອະນາຄົດຈະເປັນແນວໃດ.
,[object Object],ຄຳຕອບ: ບໍລິສັດທີ່ມີສະພາບຄ່ອງດີສາມາດເບິ່ງໄດ້ຈາກຄວາມສາມາດໃນການຊໍາລະໜີ້ ໄລຍະສັ້ນ, ໂດຍຈະພິຈາລະນາຈາກຊັບສິນໝູນວຽນໃນຂະນະໃດໜຶ່ງທີ່ບໍລິສັດມີຢູ່ວ່າມີພຽງພໍ ທີ່ຈະຈ່າຍພາລະຜູກພັນໄລຍະສັ້ນ ຫຼື ບໍ່ (ຊັບສິນ>ໜີ້ສິນ).
,[object Object],ຄຳຕອບ: ເປັນແຜນພາບສອງທາງທີ່ສະແດງຄວາມສຳພັນລະຫວ່າງອັດຕາຜົນຕອບແທນ ຈາກການລົງທຶນ (Return on Investment), ອັດຕາການໝູນວຽນຊັບສິນ (Asset Turnover), ອັດຕາສ່ວນກຳໄລຕໍ່ຍອດຂາຍ (Profit Margin) ແລະ ອັດຕາສ່ວນເງິນກູ້ຕໍ່ທຶນລວມ (Leverage) ຂອງອົງກອນວ່າມີຄວາມເໝາະສົມໜ້ອຍຫຼາຍສ່ຳໃດ.
,[object Object],ຄຳຕອບ: ເປັນງົບປະມານກຳໄລຂາດດຸນ ແລະ ສົມດຸນ, ເຊິ່ງຈຳນວນເງິນ ແລະ  ຕົວເລກຕ່າງໆໄດ້ຖືກປ່ຽນໃຫ້ເປັນເປີເຊັນທັງໝົດ. ສຳລັບງົບກຳໄລຂາດດຸນນັ້ນຈະກຳນົດໃຫ້ຍອດຂາຍສຸດທິເທົ່າກັບ 100%. ຫຼັງຈາກນັ້ນຈະຄຳນວນແຕ່ລະລາຍການໃນງົບກຳໄລຂາດດຸນເປັນເປີເຊັນທຽບໃສ່ຍອດຂາຍ. ສ່ວນໃນງົບສົມດູນຈະກຳນົດໃຫ້ຊັບສິນທັງໝົດມີຄ່າເທົ່າກັບ 100% ແລ້ວຈະຄຳນວນຊັບສິນ ແລະ ໜີ້ສິນແຕ່ລະລາຍການເປັນເປີເຊັນທຽບໃສ່ຊັບສິນທັງໝົດ.
,[object Object],ຕອບ: ການເຊົ່າທາງການເງິນ (Finance Lease) ເປັນສັນຍາເຊົ່າຊັບສິນທີ່ເມື່ອສິ້ນສຸດສັນ ຍາເຊົ່າແລ້ວ, ຜູ້ເຊົ່າມີສິດຊື້ຊັບສິນທີ່ເຊົ່ານັ້ນໄດ້.
,[object Object],ຄຳຕອບ: Futures Contract ແລະ Forward Contract ແມ່ນອະນຸພັນທາງການເງິນ ເຊິ່ງ Futures Contract ແລະ Forward Contract ມີຄວາມແຕກຕ່າງກັນ 3 ປະການຄື:
,[object Object]
Futures Contract ບໍ່ມີການສົ່ງມອບສິນຄ້າຕົວຈິງເກີດຂຶ້ນທັງສອງຝ່າຍ ພຽງແຕ່ປັບ (Settle Up) ໃນສ່ວນຂອງລາຄາທີ່ແຕກຕ່າງລະຫວ່າງລາຄາຕາມສັນຍາ ແລະ ລາຄາຕົວຈິງ ຂອງສິນຄ້າໃນວັນທີ່ສັນຍາໝົດອາຍຸ ດ້ວຍເງິນສົດເທົ່ານັ້ນ.
Futures Contract ເປັນສັນຍາມາດຕະຖານສາດນຳໄປຊື້ຂາຍກັນໃນຕະຫຼາດໄດ້, ແຕ່ Forward Contract ເປັນພຽງແຕ່ຂໍ້ຕົກລົງຂອງທັງສອງຝ່າຍ ແລະ ບໍ່ມີການນຳສັນຍາໄປຊື້ ຂາຍໃນຕະຫຼາດຫຼັງຈາກມີການເຮັດສັນຍາແລ້ວ..
ຄຳຖາມຂໍ້ທີ 22: ການລົງທຶນໃນຕ່າງປະເທດນັ້ນມີຄວາມສ່ຽງຫຍັງແດ່? ມີວິທີຫຼຸດ ຜ່ອນຄວາມສ່ຽງແນວໃດ?ຄຳຕອບ: ການລົງທຶນໃນຕ່າງປະເທດນັ້ນມີຄວາມສ່ຽງ 2 ປະການໄດ້ແກ່:
,[object Object],ໃນການຫຼຸດຜ່ອນຄວາມສ່ຽງນັ້ນອາດຈະເຮັດໄດ້ໂດຍການເຮັດສັນຍາຊື້-ຂາຍລ່ວງໜ້າ (Futures Contract -Forward Contract) ຫຼື Swap.
,[object Object],ເຮົາສາມາດຫຼຸດຜ່ອນຄວາມສ່ຽງໄດ້ດ້ວຍການລະດົມທຶນຂອງບໍລິສັດຈາກແຫຼ່ງລົງທຶນທ້ອງຖິ່ນ ແລະ ເຮັດການປະກັນຄວາມເສຍຫາຍຈາກການຖືກຍຶດຊັບສິນ.
,[object Object]
ຮູ້ວ່າ:
K: ອັດຕາດອກເບ້ຍທີ່ກຳນົດ, ພັນທະບັດ​ທຸລະ​ກິດ ຫຼື ພັນທະບັດ​ທີ່​ມີ​ອາຍຸ​ໄຖ່​ຖອນ.
K*: ອັດຕາດອກເບ້ຍທີ່​ແທ້​ຈິງ, ພັນທະບັດ​ລັດ​ທະ​ບານ ຫຼື ພັນທະບັດ​ທີ່​ບໍ່​ມີ​ຄວາມ​ສ່ຽງ.
I: ອັດຕາ​ເງິ​ນ​ເຟີ້.
DRP: ຄ່າ​ຊົດ​ເຊີຍ​ຄວາມ​ສ່ຽງ​ເກີດ​ຈາກ​ການທີ່​ບໍ່​ສາມາດ​ຊຳລະ​ໜີ້​ໄດ້.

Weitere ähnliche Inhalte

Empfohlen

2024 State of Marketing Report – by Hubspot
2024 State of Marketing Report – by Hubspot2024 State of Marketing Report – by Hubspot
2024 State of Marketing Report – by HubspotMarius Sescu

Everything You Need To Know About ChatGPT
Everything You Need To Know About ChatGPTEverything You Need To Know About ChatGPT
Everything You Need To Know About ChatGPTExpeed Software

Product Design Trends in 2024 | Teenage Engineerings
Product Design Trends in 2024 | Teenage EngineeringsProduct Design Trends in 2024 | Teenage Engineerings
Product Design Trends in 2024 | Teenage EngineeringsPixeldarts

How Race, Age and Gender Shape Attitudes Towards Mental Health
How Race, Age and Gender Shape Attitudes Towards Mental HealthHow Race, Age and Gender Shape Attitudes Towards Mental Health
How Race, Age and Gender Shape Attitudes Towards Mental HealthThinkNow

AI Trends in Creative Operations 2024 by Artwork Flow.pdf
AI Trends in Creative Operations 2024 by Artwork Flow.pdfAI Trends in Creative Operations 2024 by Artwork Flow.pdf
AI Trends in Creative Operations 2024 by Artwork Flow.pdfmarketingartwork

PEPSICO Presentation to CAGNY Conference Feb 2024
PEPSICO Presentation to CAGNY Conference Feb 2024PEPSICO Presentation to CAGNY Conference Feb 2024
PEPSICO Presentation to CAGNY Conference Feb 2024Neil Kimberley

Content Methodology: A Best Practices Report (Webinar)
Content Methodology: A Best Practices Report (Webinar)Content Methodology: A Best Practices Report (Webinar)
Content Methodology: A Best Practices Report (Webinar)contently

How to Prepare For a Successful Job Search for 2024
How to Prepare For a Successful Job Search for 2024How to Prepare For a Successful Job Search for 2024
How to Prepare For a Successful Job Search for 2024Albert Qian

Social Media Marketing Trends 2024 // The Global Indie Insights
Social Media Marketing Trends 2024 // The Global Indie InsightsSocial Media Marketing Trends 2024 // The Global Indie Insights
Social Media Marketing Trends 2024 // The Global Indie InsightsKurio // The Social Media Age(ncy)

Trends In Paid Search: Navigating The Digital Landscape In 2024
Trends In Paid Search: Navigating The Digital Landscape In 2024Trends In Paid Search: Navigating The Digital Landscape In 2024
Trends In Paid Search: Navigating The Digital Landscape In 2024Search Engine Journal

5 Public speaking tips from TED - Visualized summary
5 Public speaking tips from TED - Visualized summary5 Public speaking tips from TED - Visualized summary
5 Public speaking tips from TED - Visualized summarySpeakerHub

ChatGPT and the Future of Work - Clark Boyd
ChatGPT and the Future of Work - Clark Boyd ChatGPT and the Future of Work - Clark Boyd
ChatGPT and the Future of Work - Clark Boyd Clark Boyd

Getting into the tech field. what next
Getting into the tech field. what next Getting into the tech field. what next
Getting into the tech field. what next Tessa Mero

Google's Just Not That Into You: Understanding Core Updates & Search Intent
Google's Just Not That Into You: Understanding Core Updates & Search IntentGoogle's Just Not That Into You: Understanding Core Updates & Search Intent
Google's Just Not That Into You: Understanding Core Updates & Search IntentLily Ray

Time Management & Productivity - Best Practices
Time Management & Productivity -  Best PracticesTime Management & Productivity -  Best Practices
Time Management & Productivity - Best PracticesVit Horky

The six step guide to practical project management
The six step guide to practical project managementThe six step guide to practical project management
The six step guide to practical project managementMindGenius

Beginners Guide to TikTok for Search - Rachel Pearson - We are Tilt __ Bright...
Beginners Guide to TikTok for Search - Rachel Pearson - We are Tilt __ Bright...Beginners Guide to TikTok for Search - Rachel Pearson - We are Tilt __ Bright...
Beginners Guide to TikTok for Search - Rachel Pearson - We are Tilt __ Bright...RachelPearson36

Empfohlen (20)

2024 State of Marketing Report – by Hubspot
2024 State of Marketing Report – by Hubspot2024 State of Marketing Report – by Hubspot
2024 State of Marketing Report – by Hubspot

Everything You Need To Know About ChatGPT
Everything You Need To Know About ChatGPTEverything You Need To Know About ChatGPT
Everything You Need To Know About ChatGPT

Product Design Trends in 2024 | Teenage Engineerings
Product Design Trends in 2024 | Teenage EngineeringsProduct Design Trends in 2024 | Teenage Engineerings
Product Design Trends in 2024 | Teenage Engineerings

How Race, Age and Gender Shape Attitudes Towards Mental Health
How Race, Age and Gender Shape Attitudes Towards Mental HealthHow Race, Age and Gender Shape Attitudes Towards Mental Health
How Race, Age and Gender Shape Attitudes Towards Mental Health

AI Trends in Creative Operations 2024 by Artwork Flow.pdf
AI Trends in Creative Operations 2024 by Artwork Flow.pdfAI Trends in Creative Operations 2024 by Artwork Flow.pdf
AI Trends in Creative Operations 2024 by Artwork Flow.pdf

Skeleton Culture Code
Skeleton Culture CodeSkeleton Culture Code
Skeleton Culture Code

PEPSICO Presentation to CAGNY Conference Feb 2024
PEPSICO Presentation to CAGNY Conference Feb 2024PEPSICO Presentation to CAGNY Conference Feb 2024
PEPSICO Presentation to CAGNY Conference Feb 2024

Content Methodology: A Best Practices Report (Webinar)
Content Methodology: A Best Practices Report (Webinar)Content Methodology: A Best Practices Report (Webinar)
Content Methodology: A Best Practices Report (Webinar)

How to Prepare For a Successful Job Search for 2024
How to Prepare For a Successful Job Search for 2024How to Prepare For a Successful Job Search for 2024
How to Prepare For a Successful Job Search for 2024

Social Media Marketing Trends 2024 // The Global Indie Insights
Social Media Marketing Trends 2024 // The Global Indie InsightsSocial Media Marketing Trends 2024 // The Global Indie Insights
Social Media Marketing Trends 2024 // The Global Indie Insights

Trends In Paid Search: Navigating The Digital Landscape In 2024
Trends In Paid Search: Navigating The Digital Landscape In 2024Trends In Paid Search: Navigating The Digital Landscape In 2024
Trends In Paid Search: Navigating The Digital Landscape In 2024

5 Public speaking tips from TED - Visualized summary
5 Public speaking tips from TED - Visualized summary5 Public speaking tips from TED - Visualized summary
5 Public speaking tips from TED - Visualized summary

ChatGPT and the Future of Work - Clark Boyd
ChatGPT and the Future of Work - Clark Boyd ChatGPT and the Future of Work - Clark Boyd
ChatGPT and the Future of Work - Clark Boyd

Getting into the tech field. what next
Getting into the tech field. what next Getting into the tech field. what next
Getting into the tech field. what next

Google's Just Not That Into You: Understanding Core Updates & Search Intent
Google's Just Not That Into You: Understanding Core Updates & Search IntentGoogle's Just Not That Into You: Understanding Core Updates & Search Intent
Google's Just Not That Into You: Understanding Core Updates & Search Intent

How to have difficult conversations
How to have difficult conversations How to have difficult conversations
How to have difficult conversations

Introduction to Data Science
Introduction to Data ScienceIntroduction to Data Science
Introduction to Data Science

Time Management & Productivity - Best Practices
Time Management & Productivity -  Best PracticesTime Management & Productivity -  Best Practices
Time Management & Productivity - Best Practices

The six step guide to practical project management
The six step guide to practical project managementThe six step guide to practical project management
The six step guide to practical project management

Beginners Guide to TikTok for Search - Rachel Pearson - We are Tilt __ Bright...
Beginners Guide to TikTok for Search - Rachel Pearson - We are Tilt __ Bright...Beginners Guide to TikTok for Search - Rachel Pearson - We are Tilt __ Bright...
Beginners Guide to TikTok for Search - Rachel Pearson - We are Tilt __ Bright...

ເອກະສານຄົ້ນຄວ້າວິຊາການເງິນການທະນາຄານຂອງຄະນະເສດຖະສາດ ແລະ ບໍລິຫານທຸລະກິດ