Poster liwg page03 03may2012
- 1.
ຮູບຖ່າຍ: ແອນດຣູ ບາຣເລັດ (Photo by: Andrew Barlett)
ກົດໝາຍ ວ່າດ້ວຍ ການສົ່ງເສີມການລົງທຶນ
ມາດຕາ 69. ພັນທະຂອງຜູ້ລົງທຶນ.
3. ປະຕິບັດລະບົບປະກັບໄພ ແລະ ປະກັນສັງຄົມຕໍ່ຜູ້ອອກແຮງງານໃນວິສາຫະກິດຂອງຕົນ ຕາມລະບຽບກົດໝາຍ, ສົ່ງເສີມການໃຊ້ແຮງງານລາວ, ເອົາໃຈໃສ່ໃນການພັດທະນາສີມືແຮງງານ, ຍົກລະດັບວິຊາສະເພາະ ແລະ ຖ່າຍທອດເຕັກໂນໂລຢີໃຫ້ແກ່ຜູ້ອອກແຮງງານລາວ.
ມາດຕາ 70. ພັນທະໃນການປົກປັກຮັກສາສິ່ງແວດລ້ອມ.
ຜູ້ລົງທຶນມີພັນທະໃນການປົກປັກຮັກສາ, ພັດທະນາສິ່ງແວດລ້ອມ, ຮັບປະກັນບໍ່ໃຫ້ມີການດຳເນີນທຸລະກິດມີຜົນກະທົບຢ່າງຫຼວງຫຼາຍຕໍ່ສາທາລະນະຊົນ, ຄວາມປອດໄພ, ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ ຫຼື ສຸຂະພາບຜູ້ອອກແຮງງານ. ໃນກໍລະນີທີ່ເກີດບັນຫາສິ່ງແວດລ້ອມ
ຜູ້ລົງທຶນມີພັນທະປະຕິບັດມາດຕະການທີ່ຈຳເປັນ ເພື່ອແກ້ໄຂສະພາບການດັ່ງກ່າວ ຢ່າງທັນການຕາມລະບຽບກົດໝາຍ.